ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ
ຈັດຕັ້ງພິທີສະເຫຼີມສະຫຼອງ
ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ


     ໃນວັນທີ 26 ມັງກອນ 2024 ນີ້, ຢູ່ທີ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງ
ທັບປະຊາຊົນລາວ ຄົບຮອບ 75 ປີ (ວັນທີ 20 ມັງກອນ 1949 - 20 ມັງກອນ 2024 ), ໂດຍການເປັນປະທານຂອງ ສະຫາຍ ພົນໂທ ປອ
ວົງຄໍາ ພົມມະກອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະ
ຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີບັນດາກົມ, ຫ້ອງວ່າການກະຊວງ, ຫ້ອງ
ການ, ບັນດາວິທະຍາຄານ, ເຈົ້າເມືອງ, ຄະນະຫ້ອງ, ຄະນະວິຊາຄູ, ແຂກທີ່ຖືກເຊີນພ້ອມດ້ວຍພະນັກງານເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີ ສະຫາຍ ພົນຈັດຕະວາ ປອ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ ໄດ້ຂຶ້ນຜ່ານຄໍາສັ່ງປະຈໍາວັນຂອງ ລັດຖະມົນຕີ ກະຊວງ
ປ້ອງກັນປະເທດແຫ່ງ ສປປ ລາວ ກ່ຽວກັບການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 75 ປີ, ອີງຕາມແຜນ
ການກະກຽມ ແລະ ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ ສະບັບເລກທີ 2691/ກປທ, ລົງ ວັນທີ
8/5/2023 ຂອງກະຊວງປ້ອງກັນປະເທດ, ອີງຕາມແຜນການເປີດຂະບວນການກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ
ລາວ ຄົບຮອບ 75 ປີ ແລະ ອີງຕາມທິດຊີ້ນໍາຂອງຫົວໜ້າ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ກົມການເມືອງ ວິທະຍາຄານ
ປ້ອງກັນຊາດ ໄກສອນ ພົມວິຫານ ຈຶ່ງສ້າງແຜນສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ ຂຶ້ນ, ຈຸດປະສົງ ເພື່ອ
ເຮັດໃຫ້ພະນັກງານ, ສະມາຊິກພັກ, ນັກຮົບໃນທົ່ວວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກ
ເຊິ່ງຕໍ່ມູນເຊື້ອອັນສະຫງ່າງາມ, ວິລະກຳອັນລ້ຳເລີດ ແລະ ຜົນງານອັນໃຫຍ່ຫຼວງຂອງກອງທັບປະຊາຊົນລາວໃນພາລະກິດຕໍ່ສູ້ປົດປ່ອຍຊາດ,
ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 75 ປີ ຜ່ານມາ ທັງເປັນການປຸກລະດົມຊຸກຍູ້ໃຫ້ພະນັກງານ, ສະມາ
ຊິກພັກ, ນັກຮົບໃນທົ່ວ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວ
ເຂົ້າໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ແລະ ປັບປຸງກໍ່ສ້າງກອງທັບໃຫ້ກາຍເປັນ
ກອງທັບປະຕິວັດ, ມີແບບແຜນ ແລະ ທັນສະໄໝ. ພ້ອມນັ້ນ, ຕາງໜ້າອົງການຈັດຕັ້ງມະຫາຊົນກໍໄດ້ຜັດປ່ຽນກັນຂຶ້ນອ່ານສານອວຍພອນ
75 ປີ ມີໄຊອີກດ້ວຍ.

     ໂອກາດນີ້, ສະຫາຍ ພົນໂທ ປອ ວົງຄໍາ ພົມມະກອນ ກໍໄດ້ກ່າວໂອ້ລົມຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ
ຮອບ 75 ປີ ກ່ອນອື່ນ ສະຫາຍ ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານ ແລະ ຜົນສໍາເລັດດ້ານຕ່າງໆທີ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມ
ວິຫານ ຍາດມາໄດ້ ພ້ອມທັງເນັ້ນໜັກບາງບັນຫາທີ່ສໍາຄັນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ຄູ-ອາຈານ ພ້ອມກັນເຊີດຊູຮັກສາແນວ
ທາງໝາກຜົນການປະຕິວັດ, ປົກປັກຮັກສາລະບອບໃໝ່ໃຫ້ໝັ້ນຄົງ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ, ເປັນກຳລັງຫຼັກແຫຼ່ງ
ອັນແຫຼມຄົມຂອງພັກ, ຫັນລົງກໍ່ລົງກໍ່ສ້າງຮາກຖານການເມືອງຕິດພັນກັບການປັບປຸງລະບຽບແບບແຜນການຮຽນ-ການສອນໃຫ້ມີວິທະຍາ
ສາດ, ປະຕິບັດລະບອບຫັດແອບສິນລະປະຍຸດ-ຍຸດທະວິທີໃຫ້ເຂັ້ມງວດ ພ້ອມນັ້ນກໍສຸມໃສ່ການປູກຝັງ-ລ້ຽງສັດ ໃຫ້ເປັນຂະບວນຟົດຟື້ນ
ເພື່ອສ້າງຄວາມເຂັ້ມແຂງຕາມທິດນໍາຂອງຂັ້ນເທິງ, ພົວພັນຮ່ວມມືກັບຕ່າງປະເທດເພື່ອແລກປ່ຽນບົດຮຽນ, ທຶນຮອນ ເພື່ອໃຫ້ວິທະຍາຄານ
ມີຄວາມກ້າວໜ້າຂຶ້ນເລື້ອຍໆ.

ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 29/01/2024